ເປີດບັນເຮັດທົດລອງປັບປຸງກົງຈັກການຈັດຕັ້ງ ແລະ ບັ້ນເຮັດທົດລອງການຈັດຕັ້ງປະຕິບັດ ບາດກ້າວທີ່ III ຂອງວຽກກໍ່ສ້າງຮາກຖານການເມືອງຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຢູ່ບ້ານທົ່ງຂັນຄຳ ຄັ້ງວັນທີີ 13-21/2018ໂດຍເປັນປະທານ: ສະຫາຍ ປອ ອານຸພາບ ຕຸລາລົມ ກຳມະການສູນກາງພັກ, ຮອງເລຂາ, ປະທານສະພາ ນະຄອນຫຼວງວຽງຈັນ.
ເຂົ້າຮ່ວມມີ: ເລຂາ, ຮອງເລຂາຄະນພັກເມືອງ, ຄະນະປະຈຳພັກ, ຄະນະພັກເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າຫ້ອງການ, ນາຍບ້ານທົ່ວເມືອງ, ພະນັກງານລົງກໍ່ສ້າງຮາກຖານບ້ານທົ່ງຂັນຄຳ ແລະ ຫົວໜ້າໜ່ວຍ, ຮອງໜ່ວຍ 10 ຫຼັງຄ່າ ເຮືອນ ບ້ານທົ່ງຂັນຄຳ, ມີຄະນະຮັບຜິດຊອບລົງເຮັດທົດລອງວຽກງານແກ້ໄຂບັນຫາ 3 ຫຼຸດ, 3 ເພີ່ມ ແລະ 3 ຂະບວນການ ຈາກພາກ ສ່ວນ ປກສ ມີຈຳນວນທັງໝົດ 226 ສະຫາຍ, ມາຈາກພາກສ່ວນບ້ານ 56 ສະຫາຍ.
ໃນຕອນເຊົ້າ ຂອງ ວັນທີ 6 ກັນຍາ 2018 ຢູ່ທີ່ຫ້ອງວ່າການປົກຄອງເມືອງຈັນທະບູລີ ໄດ້ເປີດກອງປະຊຸມເຜີຍແຜ່ເຊື່ອມຊຶມ ມະຕິ ຕົກລົງຂອງຄະນະປະຈຳພັກ ແລະ ຂໍ້ຕົກລົງຂອງເຈົ້າເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່ຽວກັບວຽກງານ 3 ສ້າງ. ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ເພັດສະໄໝ ນັດຜາສຸກ ຮອງເຈົ້າເມືອງຈັນທະບູລີ ແລະ ທ່ານ ສົມໃຈຫວັງ ເດດອຸດົມ ຮອງຫົວໜ້າພະແນກພາຍໃນ ນະຄອນຫຼວງວຽງຈັນ. ມີບັນດາ ຫ້ອງການ ແລະ ບ້ານ ພາຍໃນເມືອງ ເຂົ້າຮ່ວມ ຈຳນວນ 93 ທ່ານ ເຂົ້າຮ່ວມຮັບຟັງໃນຄັ້ງນີ້.
ໃນຕອນເຊົ້າ , ວັນທີ 5 ກັນຍາ 2018 ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ ພ້ອມດ້ວຍຄະນະ ໄດ້ໄປມອບເຄື່ອງຊຸກຍູ້ນ້ຳ 100 ແກັດ ແລະ ໝີ່ 50 ແກັດ ຢູ່ ບ້ານ ນາແຖ, ເມືອງໄຊເສດຖາ ທີ່ຖືກຜົນກະທົບໄພນ້ຳຖ້ວມ.
ໃນຕອນເຊົ້າຂອງວັນທີ 29 ສິງຫາ 2018 ຢູ່ທີ່ຫ້ອງວ່າການປົກຄອງເມືອງຈັນທະບູລີ ໄດ້ເປີດກອງປະຊຸມເຜີຍແຜ່ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ຂອງຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຢູ່ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ເພັດສະໄໝ ນັດຜາສຸກ ຮອງເຈົ້າເມືອງຈັນທະບູລີ ແລະ ທ່ານ ສີຄອນ ອ່ອນສີພັນລາ ຫົວໜ້າພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ນະຄອນຫຼວງວຽງຈັນ ມີບັນດາຫ້ອງການ, ບ້ານ, ປກສ ເຂດ ແລະ ຮ້ານອິນເຕີເນັດ-ກາເຟ ເຂົ້າຮ່ວມຮັບຟັງໃນຄັ້ງນີ້.
ໃນຕອນເຊົ້າ ຂອງ ວັນທີ 13/8/2018, ເວລາ 8:30 ໂມງ ຢູ່ ຫ້ອງສະໂມສອນປຢກຄອງເມືອງຈັນທະບູລີ, ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງຈັນທະບູລີ ຄັ້ງທີ 10 ສະໄໝທີ VI ຮ່ວມກັບອົງການປົກຄອງຂຶ້ນ. ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ບົວລອນ ວົງດາລາແສນ ຄະນະພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງ, ເຈົ້າເມືອງຈັນທະບູລີ. ມີບັນດາ ຮອງເລຂາພັກເມືອງ , ຄະນະພັກເມືອງ, ຫົວໜ້າຫ້ອງການ, ເລຂາຄະນະພັກຮາກຖານ, ເລຂາພັກບ້ານ, ນາຍບ້ານ ພາຍໃນເມືອງຈັນທະບູລີ, ນອກນັ້ນຍັງມີ ສະພາປະຊາຊົນນະຄອນຫຼວງວຽງຈັນ, ຫ້ອງວ່າການນະຄອນຫຼວງວຽງຈັນ ແລະ ຄະນະຈັດຕັ້ງນະຄອນຫຼວງວຽງຈັນ ເຂົ້າຮ່ວມກອງປະຊຸມ ຢ່າງພ້ອມພຽງ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 110 ຄົນ, ຍິງ, 25 ຄົນ.
ໃນຕອນເຊົ້າ ວັນທີ 13/06/2018 ຫ້ອງການຍຸຕິທຳ ເມືອງຈັນທະບູລີ ສະຫຼຸບພິທີປິດ ການຮຽນ-ການສອນຫຼັກສູດກົດໝາຍຊັ້ນຕົ້ນລະບົບ 3 ເດືອນ ຊຸດທີ VIII ສົກປີ 2018 ຂອງເມືອງຈັນທະບູ. ພາຍໃຕ້ການເປັນປະທານ ຂອງທ່ານ ຄຳພິທູນ ຈັນທະກຸນ ຮອງເລຂາພັກເມືອງ ຮອງເຈົ້າເມືອງຈັນທະບູລີ, ທ່ານ ບຸນເພັງ ສີນະວົງພອນ ກຳມະການພັກນະຄອນຫຼວງ ຫົວໜ້າພະແນກຍຸຕິທຳ ນະຄອນຫຼວງວຽງຈັນ ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ ຕາງໜ້າ ກົມສົ່ງເສີມຍຸຕິທຳ ກະຊວງຍຸຕິທຳ, ຄະນະປະຈຳພັກເມືອງ, ຄະນະພັກເມືອງ, ຫົວໜ້າຫ້ອງການ, ເລຂາພັກບ້ານ, ນາຍບ້ານ, ຄະນະແກ້ໄຂຂໍ້ໍຂັດແຍ່ງຂອງບ້ານ ແລະ ນັກຮຽນກົດໝາຍຊັ້ນຕົ້ນ. ເຊິ່ງມີ 2 ຈຸດປະສົງຄື: 1. ພິທີມອບໃບປະກາດສະນີຍະບັດໃຫ້ນັກສຶກສາກົດໝາຍຊັ້ນຕົ້ນ ຊຸດທີ VIII ແລະ ມອບໃບຍ້ອງຍໍໃຫ້ຄະນະແກ້ໄຂຂໍ້ຂັດແຍ່ງ ຂັ້ນບ້ານ ແລະ ບຸກຄົນດີເດັ່ນ. ມີຈຳນວນຄົນເຂົ້າຮ່ວມທັງໝົດ 65 ຄົນ, ຍິງ 19 ຄົນ.